close
Image
Image

WooCommerce

ຄຳອະທິບາຍ

WooCommerce ແມ່ນແພລັດຟອມອີຄອມເມີຊແບບໂອເພັນຊອດສຳລັບ WordPress.

ແພລັດຟອມຫຼັກຂອງພວກເຮົາແມ່ນຟຣີ, ຢືດຢຸ່ນ ແລະ ໄດ້ຮັບການສະໜັບສະໜູນຈາກຊຸມຊົນທົ່ວໂລກ. ອິດສະຫຼະພາບຂອງລະບົບໂອເພັນຊອດ ໝາຍຄວາມວ່າທ່ານເປັນເຈົ້າຂອງເນື້ອຫາ ແລະ ຂໍ້ມູນໃນຮ້ານຄ້າຂອງທ່ານຢ່າງເຕັມສ່ວນຕະຫຼອດໄປ.

ບໍ່ວ່າທ່ານຈະເລີ່ມຕົ້ນທຸລະກິດໃໝ່, ຍ້າຍຮ້ານຄ້າແບບດັ້ງເດີມມາສູ່ໂລກອອນລາຍ, ຫຼື ພັດທະນາເວັບໄຊໃຫ້ລູກຄ້າ, ໃຫ້ໃຊ້ WooCommerce ເພື່ອສ້າງຮ້ານຄ້າທີ່ປະສົມປະສານເນື້ອຫາ ແລະ ການຄ້າໄດ້ຢ່າງມີປະສິດທິພາບ.

ເຄື່ອງມືທັງໝົດທີ່ທ່ານຕ້ອງການເພື່ອການຂາຍ

ເຄື່ອງມືໃນຕົວ ແລະ ການເຊື່ອມຕໍ່ທີ່ເປັນທີ່ນິຍົມ ຈະຊ່ວຍໃຫ້ທ່ານຈັດການການດຳເນີນທຸລະກິດໄດ້ຢ່າງມີປະສິດທິພາບ. ຫຼາຍບໍລິການສາມາດເພີ່ມໄດ້ຟຣີດ້ວຍການຄລິກພຽງຄັ້ງດຽວຜ່ານ Setup Wizard ທີ່ເປັນທາງເລືອກ.

  • ເລືອກວິທີທີ່ທ່ານຕ້ອງການຮັບເງິນ. ຈັດການການຊຳລະເງິນໄດ້ຢ່າງສະດວກສະບາຍຈາກຮ້ານຄ້າຂອງທ່ານດ້ວຍ WooPayments (ມີໃຫ້ບໍລິການໃນສະຫະລັດ, ອັງກິດ, ອຽກລັງ, ອົດສະຕຣາລີ, ນິວຊີແລນ, ການາດາ, ແອັດສະປາຍ, ຝຣັ່ງ, ເຢຍລະມັນ ແລະ ອິຕາລີ). ຮັບບັດເຄຣດິດ, ກະເປົາເງິນມືຖື, ການໂອນເງິນຜ່ານທະນາຄານ ແລະ ເງິນສົດໄດ້ຢ່າງປອດໄພ ຍ້ອນ ຊ່ອງທາງການຊຳລະເງິນຫຼາຍກວ່າ 100 ແຫ່ງ – ລວມທັງ Stripe, PayPal, ແລະ Square.
  • ຕັ້ງຄ່າຕົວເລືອກການຈັດສົ່ງຂອງທ່ານ. ພິມໃບປະໜ້າ USPS ໄດ້ໂດຍກົງຈາກແຜງຄວບຄຸມຂອງທ່ານ ແລະ ແມ່ນແຕ່ກຳນົດເວລາມາຮັບເຄື່ອງດ້ວຍ WooCommerce Shipping (ສະເພາະໃນສະຫະລັດ). ເຊື່ອມຕໍ່ກັບ ບໍລິສັດຂົນສົ່ງທີ່ມີຊື່ສຽງ ເຊັ່ນ UPS ແລະ FedEx – ພ້ອມທັງບໍລິການຈັດສົ່ງ, ສາງສິນຄ້າ ແລະ ການຈັດການຄຳສັ່ງຊື້ທີ່ຫຼາກຫຼາຍສຳລັບທ້ອງຖິ່ນຂອງທ່ານ.
  • ເຮັດໃຫ້ພາສີການຂາຍເປັນເລື່ອງງ່າຍ. ເພີ່ມ WooCommerce Tax ຫຼື ບໍລິການເຊື່ອມຕໍ່ທີ່ຄ້າຍຄືກັນ ເພື່ອເຮັດໃຫ້ການຄິດໄລ່ແບບອັດຕະໂນມັດເປັນຈິງ.

ຂະຫຍາຍທຸລະກິດຂອງທ່ານ, ເພີ່ມຟີເຈີ ແລະ ຕິດຕາມຮ້ານຄ້າຂອງທ່ານໄດ້ທຸກບ່ອນ

WooCommerce ຄືການເຮັດທຸລະກິດ. ຕິດຕາມຕົວຊີ້ວັດການເຮັດວຽກທີ່ສຳຄັນທີ່ສຸດສຳລັບທ່ານ ດ້ວຍແຜງຄວບຄຸມກາງທີ່ຊົງພະລັງ ແລະ ຢືດຢຸ່ນ ເຊິ່ງຖືກຕິດຕາມາໃນ WooCommerce.

ຂະຫຍາຍກຸ່ມລູກຄ້າຂອງທ່ານຜ່ານຊ່ອງທາງການຕະຫຼາດ ແລະ ໂຊຊຽວມີເດຍ ດ້ວຍການເຊື່ອມຕໍ່ Google Ads, HubSpot, Mailchimp, ແລະ Facebook. ທ່ານສາມາດກວດສອບ Marketing Hub ໃນແຜງຄວບຄຸມໄດ້ສະເໝີສຳລັບໄອເດຍ ແລະ ເຄັດລັບໃໝ່ໆເພື່ອຊ່ວຍໃຫ້ທ່ານປະສົບຜົນສຳເລັດ.

ເພີ່ມປະສິດທິພາບໃຫ້ຮ້ານຄ້າດ້ວຍສ່ວນເສີມທັງແບບຟຣີ ແລະ ແບບເສຍເງິນຫຼາຍຮ້ອຍລາຍການຈາກ WooCommerce Marketplace. ຜູ້ພັດທະນາຂອງພວກເຮົາ ກວດສອບແຕ່ລະສ່ວນເສີມໃໝ່ ແລະ ກວດສອບສ່ວນເສີມທີ່ມີຢູ່ແລ້ວເປັນປະຈຳເພື່ອຮັກສາບາດຖານຄຸນນະພາບຂອງ Marketplace. ພວກເຮົາກຳລັງ ຊອກຫາຜະລິດຕະພັນທີ່ຊ່ວຍໃຫ້ຜູ້ສ້າງຮ້ານຄ້າສາມາດສ້າງຮ້ານຄ້າທີ່ປະສົບຜົນສຳເລັດໄດ້ ຢ່າງຕັ້ງໜ້າ.

ຈັດການຮ້ານຄ້າຂອງທ່ານໄດ້ຈາກທຸກບ່ອນດ້ວຍ ແອັບມືຖື WooCommerce ຟຣີ (Android ແລະ iOS). ຄຳເຕືອນ: ກຽມຟັງສຽງແຈ້ງເຕືອນ “cha-ching” ທີ່ເປັນເອກະລັກທຸກຄັ້ງທີ່ທ່ານຂາຍສິນຄ້າໄດ້!

ເປັນເຈົ້າຂອງ ແລະ ຄວບຄຸມຂໍ້ມູນຮ້ານຄ້າຂອງທ່ານ – ຕະຫຼອດໄປ

ດ້ວຍ WooCommerce, ຂໍ້ມູນຂອງທ່ານແມ່ນເປັນຂອງທ່ານ. ຕະຫຼອດໄປ.

ຫາກທ່ານເລືອກທີ່ຈະແບ່ງປັນ ຂໍ້ມູນການໃຊ້ງານ ກັບພວກເຮົາ, ທ່ານສາມາດໝັ້ນໃຈໄດ້ວ່າຂໍ້ມູນນັ້ນຈະຖືກປິດບັງຕົວຕົນ ແລະ ຖືກເກັບຮັກສາໄວ້ຢ່າງປອດໄພ. ທ່ານສາມາດເລືອກຍົກເລີກໄດ້ທຸກເວລາໂດຍບໍ່ສົ່ງຜົນກະທົບຕໍ່ຮ້ານຄ້າຂອງທ່ານ.

ບໍ່ຄືກັບບໍລິການອີຄອມເມີຊແບບສຳເລັດຮູບອື່ນໆ, ຂໍ້ມູນຮ້ານຄ້າ WooCommerce ຈະຢູ່ກັບທ່ານຕະຫຼອດໄປ; ທ່ານສາມາດສົ່ງອອກເນື້ອຫາທັງໝົດ ແລະ ຍ້າຍເວັບໄຊຂອງທ່ານໄປຍັງແພລັດຟອມໃດກໍໄດ້ທີ່ທ່ານຕ້ອງການ. ບໍ່ມີຂໍ້ຈຳກັດ.

ເຫດຜົນທີ່ຜູ້ພັດທະນາເລືອກ (ແລະ ຮັກ) WooCommerce

ຜູ້ພັດທະນາສາມາດໃຊ້ WooCommerce ເພື່ອສ້າງ, ປັບແຕ່ງ ແລະ ຂະຫຍາຍຮ້ານຄ້າໃຫ້ກົງຕາມຄວາມຕ້ອງການຂອງລູກຄ້າ, ໂດຍການເພີ່ມປະສິດທິພາບຜ່ານສ່ວນເສີມ ຫຼື ວິທີການແກ້ໄຂທີ່ກຳນົດເອງ.

  • ໃຊ້ປະໂຫຍກຈາກ hooks ແລະ filters ເພື່ອແກ້ໄຂ ຫຼື ສ້າງຟີເຈີໃໝ່ໆ.
  • ເຊື່ອມຕໍ່ໄດ້ກັບເກືອບທຸກບໍລິການໂດຍໃຊ້ REST API ແລະ webhooks ທີ່ແຂງແກ່ນ.
  • ອອກແບບ ແລະ ສ້າງບລັອກເນື້ອຫາແບບກຳນົດເອງດ້ວຍ React.
  • ກວດສອບ ແລະ ແກ້ໄຂ ທຸກໆດ້ານຂອງລະຫັດປລັກອິນຫຼັກ.
  • ເລັ່ງການພັດທະນາໃຫ້ໄວຂຶ້ນດ້ວຍ CLI ທີ່ວ່ອງໄວທີ່ສຸດ.

ແພລັດຟອມຫຼັກໄດ້ຮັບການທົດສອບຢ່າງເຂັ້ມງວດ ແລະ ເລື້ອຍໆ, ໂດຍໄດ້ຮັບການສະໜັບສະໜູນຈາກທີມພັດທະນາທີ່ເຮັດວຽກໃນທຸກເຂດເວລາ. ເອກະສານແນະນຳທີ່ຄົບຖ້ວນຈະຖືກອັບເດດໃນທຸກໆເວີຊັນ, ເພື່ອຊ່ວຍໃຫ້ທ່ານສ້າງຮ້ານຄ້າໄດ້ຕາມທີ່ຕ້ອງການ.

ເປັນສ່ວນໜຶ່ງຂອງຊຸມຊົນສາກົນທີ່ກຳລັງເຕີບໃຫຍ່ຂອງພວກເຮົາ

WooCommerce ມີຊຸມຊົນຂະໜາດໃຫຍ່ທີ່ມີຄວາມກະຕືລືລົ້ນໃນການຊ່ວຍໃຫ້ຜູ້ຂາຍປະສົບຜົນສຳເລັດ – ແລະ ມັນກຳລັງເຕີບໃຫຍ່ຢ່າງໄວວາ.

ມີ WooCommerce Meetups ໃນຫຼາຍບ່ອນທົ່ວໂລກທີ່ທ່ານສາມາດເຂົ້າຮ່ວມໄດ້ຟຣີ ແລະ ແມ່ນແຕ່ມີສ່ວນຮ່ວມໃນການຈັດງານ. ກິດຈະກຳເຫຼົ່ານີ້ເປັນວິທີທີ່ດີໃນການຮຽນຮູ້ຈາກຜູ້ອື່ນ, ແບ່ງປັນປະສົບການຂອງທ່ານ ແລະ ເຊື່ອມຕໍ່ກັບຄົນທີ່ມີຄວາມສົນໃຈຄືກັນ.

WooCommerce ຍັງມີສ່ວນຮ່ວມໃນງານ WordCamps ທົ່ວໂລກຢ່າງສະໝໍ່າສະເໝີ – ພວກເຮົາຢາກພົບທ່ານ.

ມີສ່ວນຮ່ວມ ແລະ ແປພາສາ

WooCommerce ຖືກພັດທະນາ ແລະ ຮອງຮັບໂດຍ Automattic, ຜູ້ສ້າງ WordPress.com ແລະ Jetpack. ພວກເຮົາຍັງມີຜູ້ຮ່ວມພັດທະນາອິດສະຫຼະອີກຫຼາຍຮ້ອຍຄົນ, ແລະ ຍັງມີພື້ນທີ່ສຳລັບຜູ້ຮ່ວມພັດທະນາໃໝ່ສະເໝີ. ໄປທີ່ ຄັງເກັບຂໍ້ມູນ WooCommerce GitHub ເພື່ອເບິ່ງວິທີທີ່ທ່ານສາມາດມີສ່ວນຮ່ວມໄດ້.

WooCommerce ຖືກແປເປັນຫຼາຍພາສາ, ລວມທັງພາສາດານມາກ, ຢູເຄຣນ ແລະ ເປີເຊຍ. ຊ່ວຍປັບໃຫ້ WooCommerce ເປັນພາສາທ້ອງຖິ່ນຫຼາຍຂຶ້ນໂດຍການເພີ່ມພາສາຂອງທ່ານ – ເຂົ້າເບິ່ງໄດ້ທີ່ translate.wordpress.org.

ການເຊື່ອມຕໍ່ກັບ WooCommerce.com

ທ່ານສາມາດເຊື່ອມຕໍ່ຮ້ານຄ້າຂອງທ່ານກັບ WooCommerce.com ເພື່ອຈັດການການສະໝັກໃຊ້ໃນ WooCommerce Marketplace ແລະ ຮັບການອັບເດດຜະລິດຕະພັນໂດຍບໍ່ຕ້ອງອອກຈາກໜ້າຈັດການ WordPress. ການເຊື່ອມຕໍ່ຍັງຊ່ວຍໃຫ້ສາມາດຕິດຕັ້ງຜະລິດຕະພັນທີ່ຊື້ມາໄດ້ໂດຍກົງຈາກ WooCommerce.com ແລະ ເຂົ້າເຖິງການຊ່ວຍເຫຼືອດ້ານເຕັກນິກໄດ້ສະດວກ. ຫາກທ່ານຕ້ອງການຮຽນຮູ້ກ່ຽວກັບຂໍ້ມູນໃດທີ່ຖືກເກັບກຳ ແລະ ນຳໃຊ້ແນວໃດ, ກະລຸນາເບິ່ງທີ່ ນະໂຍບາຍຄວາມເປັນສ່ວນຕົວ ຂອງພວກເຮົາ.

ພາບໜ້າຈໍ

  • Image
  • Image
  • Image
  • Image
  • Image
  • Image

ບລັອກ

ປລັກອິນນີ້ມີ 1 ບລັອກ.

  • Coming Soon

ການຕິດຕັ້ງ

ຄວາມຕ້ອງການຂັ້ນຕຳ່

  • ຕ້ອງການ PHP 7.4 ຫຼື ສູງກວ່າ (ແນະນຳ PHP 8.0 ຫຼື ສູງກວ່າ)
  • ຕ້ອງການ MySQL 5.5.5 ຫຼື ສູງກວ່າ, ຫຼື MariaDB ເວີຊັນ 10.1 ຫຼື ສູງກວ່າ
  • WordPress 6.8 ຫຼື ສູງກວ່າ
  • (ແນະນຳ) WordPress memory limit ທີ່ 256 MB ຫຼື ສູງກວ່າ.
  • (ແນະນຳ) ຮອງຮັບ HTTPS.

ການຕິດຕັ້ງແບບອັດຕະໂນມັດ

ການຕິດຕັ້ງແບບອັດຕະໂນມັດແມ່ນຕົວເລືອກທີ່ງ່າຍທີ່ສຸດ — WordPress ຈະຈັດການການໂອນຍ້າຍໄຟລ໌ໃຫ້ເອງ ແລະ ທ່ານບໍ່ຈຳເປັນຕ້ອງອອກຈາກເວັບບຣາວເຊີຂອງທ່ານ. ເພື່ອຕິດຕັ້ງ WooCommerce ແບບອັດຕະໂນມັດ, ໃຫ້ເຂົ້າສູ່ລະບົບແຜງຄວບຄຸມ WordPress ຂອງທ່ານ, ໄປທີ່ເມນູ ປລັກອິນ, ແລະ ຄລິກ “ເພີ່ມໃໝ່.”

ໃນຊ່ອງຄົ້ນຫາໃຫ້ພິມຄຳວ່າ “WooCommerce,” ຈາກນັ້ນຄລິກ “ຄົ້ນຫາປລັກອິນ.” ເມື່ອທ່ານພົບພວກເຮົາແລ້ວ, ທ່ານສາມາດເບິ່ງລາຍລະອຽດຕ່າງໆ ເຊັ່ນ: ເວີຊັນ, ຄະແນນ ແລະ ຄຳອະທິບາຍ. ແນ່ນອນວ່າສິ່ງທີ່ສຳຄັນທີ່ສຸດແມ່ນ ທ່ານສາມາດຕິດຕັ້ງມັນໄດ້! ຄລິກ “ຕິດຕັ້ງດຽວນີ້,” ແລະ WordPress ຈະຈັດການສ່ວນທີ່ເຫຼືອໃຫ້ເອງ.

ການຕິດຕັ້ງດ້ວຍຕົນເອງ

ວິທີການຕິດຕັ້ງດ້ວຍຕົນເອງຮຽກຮ້ອງໃຫ້ມີການດາວໂຫລດປລັກອິນ WooCommerce ແລະ ອັບໂຫລດໄປຍັງເວັບເຊີເວີຂອງທ່ານຜ່ານແອັບພລິເຄຊັນ FTP ທີ່ທ່ານມັກ. ຕຳລາ WordPress ມີ ຄຳແນະນຳກ່ຽວກັບວິທີເຮັດຢູ່ທີ່ນີ້.

ການອັບເດດ

ການອັບເດດອັດຕະໂນມັດຄວນຈະເຮັດວຽກໄດ້ຢ່າງສະດວກ, ແຕ່ພວກເຮົາກໍຍັງແນະນຳໃຫ້ທ່ານສຳຮອງຂໍ້ມູນເວັບໄຊຂອງທ່ານໄວ້.

ຫາກທ່ານພົບບັນຫາກັບໜ້າຮ້ານ/ໜ້າໝວດໝູ່ຫຼັງຈາກການອັບເດດ, ໃຫ້ລ້າງ permalinks ໂດຍໄປທີ່ WordPress > ການຕັ້ງຄ່າ > Permalinks ແລະ ກົດ “ບັນທຶກ.” ນັ້ນຄວນຈະເຮັດໃຫ້ທຸກຢ່າງກັບມາເປັນປົກກະຕິ.

ຂໍ້ມູນຕົວຢ່າງ

WooCommerce ມາພ້ອມກັບຂໍ້ມູນຕົວຢ່າງບາງສ່ວນທີ່ທ່ານສາມາດໃຊ້ເພື່ອເບິ່ງວ່າສິນຄ້າຈະມີໜ້າຕາເປັນແນວໃດ; ນຳເຂົ້າໄຟລ໌ sample_products.xml ຜ່ານ ຕົວນຳເຂົ້າຂອງ WordPress. ທ່ານຍັງສາມາດໃຊ້ ຕົວນຳເຂົ້າ CSV ຫຼັກ ຫຼື ສ່ວນເສີມ CSV Import Suite ຂອງພວກເຮົາເພື່ອການນຳເຂົ້າໄຟລ໌ sample_products.csv

ຄຳຖາມທີ່ພົບເລື້ອຍ

ຂ້ອຍສາມາດຊອກຫາເອກະສານແນະນຳ ແລະ ຄູ່ມືຜູ້ໃຊ້ WooCommerce ໄດ້ຢູ່ໃສ?

ສຳລັບການຊ່ວຍເຫຼືອໃນການຕິດຕັ້ງ ແລະ ຕັ້ງຄ່າ WooCommerce, ກະລຸນາເບິ່ງທີ່ ການເລີ່ມຕົ້ນໃຊ້ງານ ແລະ ຄູ່ມືສຳລັບເຈົ້າຂອງຮ້ານ WooCommerce ໃໝ່.

ສຳລັບການຂະຫຍາຍ ຫຼື ການສ້າງທີມໃຫ້ WooCommerce, ເບິ່ງໄດ້ທີ່ ເອກະສານແນະນຳ, ລວມເຖິງ ຂໍ້ແນະນຳທີ່ດີທີ່ສຸດສຳລັບຜູ້ພັດທະນາປລັກອິນ.

ຂ້ອຍສາມາດຂໍຄວາມຊ່ວຍເຫຼືອ ຫຼື ສົນທະນາກັບຜູ້ໃຊ້ອື່ນກ່ຽວກັບ WooCommerce Core ໄດ້ຢູ່ໃສ?

ຫາກທ່ານພົບທາງຕັນ, ທ່ານສາມາດຂໍຄວາມຊ່ວຍເຫຼືອໃນ ຟໍຣຳຊ່ວຍເຫຼືອ WooCommerce ໂດຍປະຕິບັດຕາມ ຂໍ້ແນະນຳເຫຼົ່ານີ້, ຕິດຕໍ່ຜ່ານ WooCommerce Community Slack, ຫຼື ໂພສໃນ ກຸ່ມຊຸມຊົນ WooCommerce ໃນ Facebook.

ຂ້ອຍຈະຂໍຄວາມຊ່ວຍເຫຼືອສຳລັບສ່ວນເສີມທີ່ຊື້ຈາກ WooCommerce Marketplace ໄດ້ຢູ່ໃສ?

ສຳລັບການຊ່ວຍເຫຼືອກ່ຽວກັບສ່ວນເສີມແບບເສຍເງິນຈາກ WooCommerce Marketplace: ກ່ອນອື່ນ, ໃຫ້ກວດສອບ ຄູ່ມືແກ້ໄຂບັນຫາດ້ວຍຕົນເອງ ຂອງພວກເຮົາ. ຫາກບັນຫາຍັງຄົງມີຢູ່, ກະລຸນາແຈ້ງປີ້ຂໍຄວາມຊ່ວຍເຫຼືອຜ່ານ helpdesk ຂອງພວກເຮົາ. ທີມງານ Happiness Engineers ຂອງພວກເຮົາຈະພະຍາຍາມຕອບກັບພາຍໃນ 24 ຊົ່ວໂມງ.

ຂ້ອຍມີບັນຫາໃນການເຂົ້າສູ່ລະບົບ WooCommerce.com – ຕ້ອງເຮັດແນວໃດຕໍ່?

ກ່ອນອື່ນ, ໃຫ້ແກ້ໄຂບັນຫາການເຂົ້າສູ່ລະບົບທົ່ວໄປໂດຍໃຊ້ ຄູ່ມືແນະນຳແບບເປັນຂັ້ນຕອນ ນີ້. ຫາກຍັງໃຊ້ບໍ່ໄດ້? ຕິດຕໍ່ພວກເຮົາ.

WooCommerce ຈະເຮັດວຽກຮ່ວມກັບທີມຂອງຂ້ອຍໄດ້ບໍ?

ແມ່ນແລ້ວ! WooCommerce ສາມາດເຮັດວຽກໄດ້ກັບທຸກໆທີມ ແຕ່ອາດຈະຕ້ອງມີການປັບແຕ່ງຮູບແບບເພີ່ມເຕີມເລັກໜ້ອຍ. ຫາກທ່ານກຳລັງຊອກຫາທີມທີ່ມີການເຊື່ອມຕໍ່ກັບ WooCommerce ຢ່າງສົມບູນ, ພວກເຮົາແນະນຳ Storefront.

ຂ້ອຍຈະອັບເດດ WooCommerce ໄດ້ແນວໃດ?

ພວກເຮົາມີຄູ່ມືລະອຽດກ່ຽວກັບ ວິທີອັບເດດ WooCommerce.

ເວັບໄຊຂອງຂ້ອຍເພ – ຂ້ອຍຄວນເຮັດແນວໃດ?

ເລີ່ມຕົ້ນໂດຍການວິເຄາະບັນຫາໂດຍໃຊ້ ຄູ່ມືແກ້ໄຂບັນຫາ ຂອງພວກເຮົາ.

ຫາກທ່ານພົບຂໍ້ຜິດພາດຫຼັງຈາກອັບເດດທີມ ຫຼື ປລັກອິນ, ອາດຈະມີບັນຫາການເຮັດວຽກຮ່ວມກັນລະຫວ່າງສິ່ງນັ້ນກັບ WooCommerce. ຫາກບັນຫາເກີດຂຶ້ນຫຼັງຈາກອັບເດດ WooCommerce, ອາດຈະມີຄວາມຂັດແຍ້ງລະຫວ່າງ WooCommerce ກັບທີມ ຫຼື ປລັກອິນທີ່ເກົ່າເກີນໄປ.

ໃນທັງສອງກໍລະນີ, ພວກເຮົາແນະນຳໃຫ້ລອງທົດສອບຄວາມຂັດແຍ້ງໂດຍໃຊ້ Health Check (ເຊິ່ງຊ່ວຍໃຫ້ທ່ານປິດການນຳໃຊ້ທີມ ແລະ ປລັກອິນ ໂດຍບໍ່ກະທົບຕໍ່ຜູ້ເຂົ້າຊົມ) ຫຼື ແກ້ໄຂບັນຫາໂດຍໃຊ້ ເວັບໄຊທົດລອງ (staging site).

ຂ້ອຍສາມາດລາຍງານບັກໄດ້ຢູ່ໃສ?

ລາຍງານບັກທີ່ ຄັງເກັບຂໍ້ມູນ WooCommerce GitHub. ທ່ານຍັງສາມາດແຈ້ງໃຫ້ພວກເຮົາຊາບຜ່ານຟໍຣຳຊ່ວຍເຫຼືອ – ໃຫ້ແນ່ໃຈວ່າໄດ້ຄົ້ນຫາໃນຟໍຣຳກ່ອນ ເພື່ອຢືນຢັນວ່າຂໍ້ຜິດພາດນັ້ນຍັງບໍ່ທັນໄດ້ຖືກລາຍງານ.

ຂ້ອຍສາມາດຂໍຟີເຈີ, ທີມ ແລະ ສ່ວນເສີມໃໝ່ໆໄດ້ຢູ່ໃສ?

ສົ່ງຄຳຮ້ອງຂໍຟີເຈີ ແລະ ສ່ວນເສີມໃໝ່ໆ ຫຼື ລົງຄະແນນໃຫ້ກັບຂໍ້ສະເໜີທີ່ມີຢູ່ແລ້ວໃນ ບອດຂໍຟີເຈີ ຢ່າງເປັນທາງການຂອງພວກເຮົາ. ທີມງານຜະລິດຕະພັນຂອງພວກເຮົາຈະກວດສອບຄຳຮ້ອງຂໍເປັນປະຈຳ ແລະ ຖືວ່າເປັນຂໍ້ມູນທີ່ມີຄຸນຄ່າໃນການວາງແຜນຜະລິດຕະພັນ.

WooCommerce ມັນຍອດຢ້ຽມຫຼາຍ! ຂ້ອຍສາມາດມີສ່ວນຮ່ວມໄດ້ບໍ?

ໄດ້ແນ່ນອນ! ເຂົ້າຮ່ວມກັບພວກເຮົາທີ່ ຄັງເກັບຂໍ້ມູນ GitHub ແລະ ຕິດຕາມ ບລັອກການພັດທະນາ ເພື່ອຮັບຊາບຂ່າວສານທຸກຢ່າງທີ່ເກີດຂຶ້ນໃນໂຄງການ.

ຂ້ອຍສາມາດຊອກຫາເອກະສານ REST API ໄດ້ຢູ່ໃສ?

ເອກະສານ WooCommerce REST API ທີ່ຄົບຖ້ວນມີໃຫ້ເບິ່ງແລ້ວໃນ GitHub.

ຄຳຖາມຂອງຂ້ອຍບໍ່ມີຢູ່ໃນນີ້. ຂ້ອຍຈະຊອກຫາຄຳຕອບເພີ່ມເຕີມໄດ້ຢູ່ໃສ?

ກວດສອບ ຄຳຖາມທີ່ພົບເລື້ອຍ ສຳລັບຂໍ້ມູນເພີ່ມເຕີມ.

ການຣີວິວ

Image
17 ເມສາ 2026 1 ການຕອບກັບ
WooCommerce is powerful and does many things. Helped me start an online store. But feels a bit heavy and slow sometimes. Needs better optimization. Good but has room to improve.
Image
15 ເມສາ 2026 1 ການຕອບກັບ
WooCommerce is a highly versatile and open-source eCommerce plugin that seamlessly integrates with WordPress, enabling users to build fully functional online stores with ease. It offers extensive customization options, supports both physical and digital products, and provides a wide range of payment and shipping integrations. With its scalable architecture and strong community support, WooCommerce is suitable for both beginners and advanced developers.
Image
10 ເມສາ 2026 1 ການຕອບກັບ
Good for setting up a store. Lots of features n flexibility. But feels heavy n slow sometimes. The setup can be tricky for beginners. works well but needs patience 👍
Image
8 ເມສາ 2026 1 ການຕອບກັບ
The WooCommerce team helped me with an issue we had on our website. Their response was fast and timely, and they helped us resolve the problem. Definitely highly recommended. We’re very grateful to them.
Image
6 ເມສາ 2026 4 ການຕອບກັບ
WooCommerce is the critical piece of my client stores. Free, hackeable, developer friendly. Thanks for the amazing work!
ອ່ານການຣີວິວທັງໝົດ 4,765 ລາຍການ

ຜູ້ຮ່ວມພັດທະນາ ແລະ ຜູ້ພັດທະນາ

“WooCommerce” ໄດ້ຖືກແປເປັນ 71 ພາສາທ້ອງຖິ່ນ. ຂໍຂອບໃຈ ທີມງານຜູ້ແປ ສຳລັບການປະກອບສ່ວນຂອງເຂົາເຈົ້າ.

ແປ “WooCommerce” ເປັນພາສາຂອງເຈົ້າ.

ສົນໃຈຮ່ວມພັດທະນາບໍ່?

ເບິ່ງລະຫັດ, ກວດເບິ່ງ ຄັງເກັບ SVN, ຫຼື ຕິດຕາມ ບັນທຶກການພັດທະນາ ຜ່ານ RSS.

ບັນທຶກການປ່ຽນແປງ

10.7.0 2026-04-14

WooCommerce

  • ແກ້ໄຂ – ເພີ່ມການປ້ອງກັນ try/catch ໃຫ້ກັບການແຈ້ງເຕືອນຂອງຮ້ານ ເພື່ອປ້ອງກັນຂໍ້ຜິດພາດຮ້າຍແຮງເມື່ອຂາດຂໍ້ມູນບໍລິບົດ. #63402
  • ແກ້ໄຂ – ເພີ່ມວິທີການຈັດການເຊດຊັນທີ່ຍັງຂາດຢູ່ໃຫ້ກັບ StoreApi SessionHandler ເພື່ອຄວາມເຂົ້າກັນໄດ້ກັບ WC_Session_Handler. #63606
  • ແກ້ໄຂ – ເພີ່ມການກວດສອບ nonce ໃຫ້ກັບຕົວຈັດການ AJAX ຂອງ product_ordering ແລະ term_ordering ເພື່ອປ້ອງກັນ CSRF. #63422
  • ແກ້ໄຂ – ແກ້ໄຂຄຳເຕືອນກ່ຽວກັບຟັງຊັນທີ່ເລີກໃຊ້ແລ້ວໃນປຸ່ມຄຳຄິດເຫັນ. #63554
  • ແກ້ໄຂ – ສະແດງປຸ່ມຕົວເລືອກ (radio) ສຳລັບວິທີການຊຳລະເງິນໃນໜ້າຊຳລະເງິນສະເໝີ. #63351
  • ແກ້ໄຂ – ສະແດງ ‘ທີ່ຢູ່ອອກບິນ’ ແທນ ‘ທີ່ຢູ່ອອກບິນ ແລະ ທີ່ຢູ່ຈັດສົ່ງ’ ເມື່ອເລືອກການຮັບສິນຄ້າດ້ວຍຕົນເອງ ແລະ ບັງຄັບໃຫ້ທີ່ຢູ່ຈັດສົ່ງເປັນທີ່ຢູ່ດຽວກັນກັບທີ່ຢູ່ອອກບິນ. #58220
  • ແກ້ໄຂ – ແກ້ໄຂບັກໃນແທັກການປັບແຕ່ງອີເມວຂອງຮ້ານ ທີ່ເຮັດໃຫ້ມັນສົ່ງຄືນອີເມວຜູ້ດູແລລະບົບສະເໝີ ແທນທີ່ຈະໃຊ້ວິທີ get_from_address ຈາກບໍລິບົດຂອງອີເມວ #63605
  • ແກ້ໄຂ – ແກ້ໄຂການເພີ່ມສິນຄ້າລົງໃນກະຕ່າບໍ່ເຮັດວຽກ ເນື່ອງຈາກ nonce ໝົດອາຍຸໃນໜ້າເວັບທີ່ຖືກເກັບແຄຊໄວ້ #62892
  • ແກ້ໄຂ – ແກ້ໄຂບັນຫາເຄື່ອງໝາຍວັກຕອນເລັກນ້ອຍໃນໜ້າ LYS. #63874
  • ແກ້ໄຂ – ແກ້ໄຂການຈັບຄູ່ຄຸນລັກສະນະສິນຄ້າສຳລັບຕົວອັກສອນທີ່ບໍ່ແມ່ນ ASCII ໃນລະບົບນຳເຂົ້າສິນຄ້າແບບ CSV #62963
  • ແກ້ໄຂ – ແກ້ໄຂ REST API ຂອງຄຸນລັກສະນະສິນຄ້າທີ່ບັນທຶກ menu_order ລົງໃນເມຕາຄີ (meta key) ທີ່ຜິດ. #63390
  • ແກ້ໄຂ – ແກ້ໄຂກະຕ່າສິນຄ້າ: ປ້ອງກັນການແຈ້ງເຕືອນ “ຈຳນວນຖືກປ່ຽນເປັນ 1” ທີ່ຜິດພາດ ແລະ ເພີ່ມການຕອບສະໜອງເມື່ອມີການລຶບໄອເທັມ #63403
  • ແກ້ໄຂ – ແກ້ໄຂການກວດສອບຕົວແກ້ໄຂບລັອກກະຕ່າສິນຄ້າ ແລະ ໜ້າຊຳລະເງິນ ສຳລັບ post-new.php ແລະ ບໍລິບົດຕົວແກ້ໄຂອື່ນໆທີ່ກຳນົດເອງ. #63759
  • ແກ້ໄຂ – ແກ້ໄຂຄຳເຕືອນໃນຄອນໂຊນ (console) ຂອງຕົວແກ້ໄຂ ເມື່ອໃຊ້ບລັອກກະຕ່າສິນຄ້າ ແລະ ໜ້າຊຳລະເງິນ. #63541
  • ແກ້ໄຂ – ແກ້ໄຂການສະແດງຕົວຢ່າງອີເມວບັນທຶກຂອງລູກຄ້າທີ່ໃຊ້ຂໍ້ຄວາມຜິດພາດ ແລະ ແກ້ໄຂການຮອງຮັບການຂຶ້ນແຖວໃໝ່ໃນແທັກການປັບແຕ່ງບັນທຶກຄຳສັ່ງຊື້ຂອງຜູ້ດູແລລະບົບ. #63459
  • ແກ້ໄຂ – ແກ້ໄຂຕົວຕອງຂັ້ນສູງໃນລາຍງານລູກຄ້າ (ອີເມວ, ຊື່ຜູ້ໃຊ້, ຊື່) ໂດຍການຮວມ ID ລູກຄ້າເຂົ້າໃນພາຣາມິເຕີ customers/customers_exclude ໃນ Controller ແລະ ເພີ່ມການຮອງຮັບ customers_exclude. #63232
  • ແກ້ໄຂ – ແກ້ໄຂວິດເຈັດສະຖານະແຜງຄວບຄຸມບໍ່ສະແດງ ຫຼັງຈາກສຳເລັດລາຍການວຽກ ໂດຍການເພີ່ມ DeprecatedOptions bridge ສຳລັບ woocommerce_task_list_complete. #63522
  • ແກ້ໄຂ – ແກ້ໄຂການເກີດບັນທຶກຄຳສັ່ງຊື້ “ອັບເດດການຈັດສົ່ງແລ້ວ” ຊ້ຳຊ້ອນ ທີ່ເກີດຈາກການເອີ້ນໃຊ້ save_meta_data() ທີ່ເກີນຄວາມຈຳເປັນໃນ OrderFulfillmentsRestController. #63544
  • ແກ້ໄຂ – ແກ້ໄຂການກວດສອບການຂາຍແຍກຊິ້ນ (sold individually) ໃນໜ້າກະຕ່າສິນຄ້າ ແລະ ໜ້າຊຳລະເງິນແບບ shortcode. ສິນຄ້າທີ່ຖືກກຳນົດເປັນ “ຂາຍແຍກຊິ້ນ” ຫຼັງຈາກຖືກເພີ່ມເຂົ້າໃນກະຕ່າແລ້ວ ຈະຖືກຫຼຸດຈຳນວນລົງເຫຼືອ 1 ໂດຍອັດຕະໂນມັດ ພ້ອມທັງຄຳນວນຍອດລວມທີ່ຖືກຕ້ອງ. #62293
  • ແກ້ໄຂ – ແກ້ໄຂບັນຫາທີ່ຄຳສັ່ງສຳລັບສ່ວນເສີມການຈັດສົ່ງໃນຂັ້ນຕອນການເລີ່ມຕົ້ນໃຊ້ງານບໍ່ສະແດງ. #63348
  • ແກ້ໄຂ – ແກ້ໄຂໄລຍະຫ່າງຂອບ (padding) ທີ່ເກີນມາໃນຕາຕະລາງວິເຄາະ, ແຜນພູມແຜງຄວບຄຸມ, ຕາຕະລາງອັນດັບ ແລະ ການແຈ້ງເຕືອນຂອງຮ້ານໃນ WordPress 7.0 ໂດຍການຕັ້ງຄ່າຂະໜາດ Card/CardBody ເປັນ “none”. #63826
  • ແກ້ໄຂ – ແກ້ໄຂຂໍ້ຜິດພາດຂອງຈຸດທົດສະນິຍົມ (floating point) ໃນການກວດສອບຈຳນວນເງິນຄືນຂອງ REST API v4 ທີ່ເຮັດໃຫ້ການຄືນເງິນທີ່ຖືກຕ້ອງຖືກປະຕິເສດ. #63667
  • ແກ້ໄຂ – ແກ້ໄຂຫົວຂໍ້ ແລະ ຫົວຂໍ້ຍ່ອຍຂອງອີເມວການສ້າງການຈັດສົ່ງ ໃຫ້ໃຊ້ຮູບແບບພະຫຸພົດທີ່ຖືກຕ້ອງ ເມື່ອການຈັດສົ່ງມີຫຼາຍໄອເທັມ. #63765
  • ແກ້ໄຂ – ແກ້ໄຂຊື່ຮຸກ (hook) ໃໝ່ທີ່ບໍ່ຖືກຕ້ອງໃນການຈັບຄູ່ຟິວເຕີຮຸກທີ່ເລີກໃຊ້ແລ້ວ ສຳລັບຈຳນວນເງິນຄືນ ແລະ ເຫດຜົນການຄືນເງິນ. #56511
  • ແກ້ໄຂ – ແກ້ໄຂຄວາມແຕກຕ່າງຂອງສີທີ່ບໍ່ພຽງພໍສຳລັບຕົວບົ່ງຊີ້ສະຖານະໃນໜ້າສະຖານະລະບົບ ເພື່ອໃຫ້ກົງຕາມຂໍ້ກຳນົດ WCAG 2.2 AA. #63746
  • ແກ້ໄຂ – ແກ້ໄຂຄວາມແຕກຕ່າງຂອງສີ (contrast) ທີ່ບໍ່ພຽງພໍໃນລິ້ງຂອງວິດເຈັດສະຖານະແຜງຄວບຄຸມ ເພື່ອໃຫ້ກົງຕາມຂໍ້ກຳນົດ WCAG 2.2 AA. #63521
  • ແກ້ໄຂ – ແກ້ໄຂ JSON Schema ທີ່ບໍ່ຖືກຕ້ອງໃນການກຳນົດເຄື່ອງມື MCP: ແປງປະເພດ date-time ໃຫ້ເປັນ string+format ທີ່ຖືກຕ້ອງ, ລຶບຄ່າ enum ທີ່ຊ້ຳກັນ, ຈັດການປະເພດທີ່ປະສົມກັນ/ບໍ່ຮູ້ຈັກ, ປັບປະເພດອາເຣ (array) ໃຫ້ເປັນມາດຕະຖານ, ກວດສອບຄວາມປອດໄພຂອງໂຄງສ້າງທີ່ຊ້ອນກັນ, ແລະ ຕັດ boolean ທີ່ບັງຄັບອອກຈາກຄຸນສົມບັດທີ່ຊ້ອນກັນ. #63811
  • ແກ້ໄຂ – ແກ້ໄຂ JSON Schema ທີ່ບໍ່ຖືກຕ້ອງໃນການກຳນົດເຄື່ອງມື MCP: ແປງປະເພດ date-time ໃຫ້ເປັນ string+format ທີ່ຖືກຕ້ອງ ແລະ ລຶບຄ່າ enum ທີ່ຊ້ຳກັນ. #63811
  • ແກ້ໄຂ – ແກ້ໄຂບັນຫາທີ່ສູດຄຳນວນຄະນິດສາດຖືກປະຕິເສດໃນຊ່ອງໃສ່ຄ່າຂົນສົ່ງແບບຄົງທີ່ #63453
  • ແກ້ໄຂ – ແກ້ໄຂປ້າຍ (badge) ຂອງກະຕ່າສິນຄ້າຂະໜາດນ້ອຍທີ່ຫາຍໄປ ຫຼັງຈາກມີການເຄື່ອນໄຫວໃນຝັ່ງຂອງຜູ້ໃຊ້. #63014
  • ແກ້ໄຂ – ແກ້ໄຂແຖວຄຳສັ່ງຊື້ທີ່ຈັດວາງບໍ່ກົງກັນໃນໜ້າແກ້ໄຂຄຳສັ່ງຊື້ ເມື່ອເປີດໃຊ້ງານ Cost of Goods Sold. #63396
  • ແກ້ໄຂ – ແກ້ໄຂຄຳສັ່ງຊື້ PayPal Standard ແບບເກົ່າທີ່ການເອີ້ນກັບ (callback) ຂອງການຈັດສົ່ງລົ້ມເຫຼວ ເມື່ອຄຳຮ້ອງຂໍບໍ່ມີໂທເຄັນ (token) ໂດຍການກວດສອບເມຕາຂອງໂທເຄັນກ່ອນການກວດສອບພາຣາມິເຕີ. #63885
  • ແກ້ໄຂ – ແກ້ໄຂປຸ່ມຄຳສັ່ງໃນເມຕາບັອກຂອງຄຳສັ່ງຊື້ທີ່ຈັດວາງຊ້ອນກັນບໍ່ສວຍງາມໃນໜ້າຈໍຂະໜາດນ້ອຍ (~1200px) ກັບ WordPress 7.0. #63837
  • ແກ້ໄຂ – ແກ້ໄຂການຈັດການ webhook ຂອງ PayPal Standard ສຳລັບລິ້ງທີ່ບໍ່ຖືກຕ້ອງ. #63886
  • ແກ້ໄຂ – ແກ້ໄຂຄຳເຕືອນ PHP “Undefined property” ໃນ set_order_props_from_data ເມື່ອເປີດໃຊ້ HPOS Data Caching ແລະ ຂໍ້ມູນທີ່ເກັບໄວ້ຂາດບາງຄຸນສົມບັດ. #63295
  • ແກ້ໄຂ – ແກ້ໄຂ REST API v4 ທີ່ເຮັດໃຫ້ຂໍ້ມູນລະຫັດຜ່ານ ແລະ API key ທີ່ມີຕົວອັກສອນພິເສດເສຍຫາຍ #63597
  • ແກ້ໄຂ – ແກ້ໄຂ selectWoo ບໍ່ເລີ່ມເຮັດວຽກໃນວິດເຈັດລາຍການເລືອກແບບດຣັອບດາວ (layered nav) ເມື່ອໃຊ້ປະເພດຄຳສອບຖາມແບບ OR. #63275
  • ແກ້ໄຂ – ແກ້ໄຂຄຸກກີ້ເຊດຊັນ (session cookie) ເມື່ອຜູ້ໃຊ້ທົ່ວໄປສ້າງບັນຊີລະຫວ່າງການຊຳລະເງິນ. #63335
  • ແກ້ໄຂ – ແກ້ໄຂຊ່ອງປ້ອນລະຫັດຜ່ານໃນການຕັ້ງຄ່າທີ່ຕັດຕົວອັກສອນທີ່ຄ້າຍກັບ percent-encoded ອອກໂດຍບໍ່ແຈ້ງເຕືອນ. #63595
  • ແກ້ໄຂ – ແກ້ໄຂບັນຫາການອອກແບບທີ່ເກີດຂຶ້ນກັບ WordPress 7.0 #63824
  • ແກ້ໄຂ – ແກ້ໄຂການກວດສອບການແທນທີ່ເທັມເພລດໃນສະຖານະລະບົບ ເພື່ອໃຫ້ສະແດງການເຮັດວຽກຕົວຈິງ ລວມເຖິງການແທນທີ່ຜ່ານຟິວເຕີຂອງປລັກອິນ. #62964
  • ແກ້ໄຂ – ແກ້ໄຂການກວດສອບເທັມເພລດທີ່ມີການແທນທີ່ (override) ເຊິ່ງຂາດຂໍ້ມູນເວີຊັນ ໃຫ້ບໍ່ຖືກລະບຸວ່າເກົ່າເກີນໄປໂດຍຜິດພາດ, ແລະ ສະແດງລາຍການແທນທີ່ເປັນແຖວແຍກກັນໃນລາຍງານສະຖານະລະບົບເພື່ອໃຫ້ອ່ານງ່າຍຂຶ້ນ. #63460
  • ແກ້ໄຂ – ແກ້ໄຂການຈັດວາງຟິລຕັ້ງລະຫັດຜ່ານໃໝ່/ລືມລະຫັດຜ່ານທີ່ບໍ່ກົງກັນ ສຳລັບທີມ Twenty Twenty ແລະ Twenty Twenty One. #59273
  • ແກ້ໄຂ – ແກ້ໄຂຕົວປ່ຽນ site_url ທີ່ບໍ່ໄດ້ກຳນົດຄ່າໃນ robots_txt #63589
  • ແກ້ໄຂ – ແກ້ໄຂສິນຄ້າທີ່ມີຕົວເລືອກ (variable products) ບໍ່ເຮັດວຽກ ເມື່ອຊື່ສິນຄ້າແຕກຕ່າງຈາກ slug #63736
  • ແກ້ໄຂ – ແກ້ໄຂຄຳເຕືອນ _load_textdomain_just_in_time ໃນ FulfillmentsController ໂດຍການກວດສອບຕົວເລືອກຟີເຈີໂດຍກົງ ແທນທີ່ຈະໃຊ້ FeaturesController::feature_is_enabled() ກ່ອນການເຮັດວຽກຂອງ init. #63893
  • ແກ້ໄຂ – ເຮັດໃຫ້ສະຖານະໂຟກັດຂອງຊ່ອງເລືອກ (select) ຄືກັນກັບຊ່ອງປ້ອນຂໍ້ມູນປະເພດອື່ນໆ #63608
  • ແກ້ໄຂ – ກວດສອບໃຫ້ແນ່ໃຈວ່າຕົວເລືອກ woocommerce_email_templates_*_post_id ຖືກລຶບຢ່າງຖືກຕ້ອງ ເມື່ອໂພສ woo_email ຖືກລຶບອອກໃນສະພາບແວດລ້ອມທີ່ບໍ່ແມ່ນ admin ເຊັ່ນ WP-CLI. #63500
  • ແກ້ໄຂ – ເຮັດໃຫ້ຊື່ຜູ້ໃຊ້ ແລະ ລະຫັດຜ່ານເປັນແບບເລືອກໄດ້ໃນ REST API v4 ສຳລັບລູກຄ້າ ໂດຍບໍ່ຄຳນຶງເຖິງການຕັ້ງຄ່າການລົງທະບຽນຂອງຮ້ານ. #63536
  • ແກ້ໄຂ – ເຮັດໃຫ້ສະຖານທີ່ຂອງໂຊນເປັນແບບເລືອກໄດ້ໃນ REST API v4 ເພື່ອໃຫ້ສາມາດສ້າງໂຊນ “ທຸກບ່ອນ” ໄດ້ໂດຍບໍ່ຕ້ອງລະບຸສະຖານທີ່. #63685
  • ແກ້ໄຂ – ກະຕ່າສິນຄ້າຂະໜາດນ້ອຍ: ໃຊ້ຈຳນວນໄອເທັມທີ່ຄຳນວນຈາກເຊີເວີ ເມື່ອມີຟິວເຕີພາຍນອກມາແກ້ໄຂ woocommerce_cart_contents_count. #63378
  • ແກ້ໄຂ – ປ້ອງກັນການສະແດງປຸ່ມ “ສັ່ງຊື້ອີກຄັ້ງ” ໃນໜ້າຢືນຢັນຄຳສັ່ງຊື້ #63499
  • ແກ້ໄຂ – ປ້ອງກັນບໍ່ໃຫ້ SlotFill ແຈ້ງເຕືອນແບບຫຍໍ້ໃນແຜງກິດຈະກຳເຮັດວຽກຊ້ຳຊ້ອນ ໂດຍການສ້າງ slot ໃນລະດັບ module scope. #63830
  • ແກ້ໄຂ – ປ້ອງກັນບໍ່ໃຫ້ເຂົ້າເຖິງສິນຄ້າສະຖານະຮ່າງຜ່ານ Store API ແລະ ປິດເນື້ອຫາສຳລັບສິນຄ້າທີ່ມີລະຫັດຜ່ານປ້ອງກັນໄວ້ #63466
  • ແກ້ໄຂ – ປ້ອງກັນຂໍ້ຜິດພາດຮ້າຍແຮງ (fatal error) ເມື່ອການເຊື່ອມຕໍ່ລະບົບໄຟລ໌ FTP ລົ້ມເຫຼວໃນລະຫວ່າງການບັນທຶກລັອກ. #63298
  • ແກ້ໄຂ – ປ້ອງກັນບໍ່ໃຫ້ສ່ວນດຶງຂອງກະຕ່າສິນຄ້າຂະໜາດນ້ອຍມີພື້ນຫຼັງສີຂາວ ແລະ ໃຫ້ໃຊ້ພື້ນຫຼັງຂອງໜ້າເວັບແທນ #63758
  • ແກ້ໄຂ – ປ້ອງກັນການໂຈມຕີແບບ stored XSS ໃນບັນທຶກຄຳສັ່ງຊື້ທີ່ເພີ່ມຜ່ານ REST API v4 #63661
  • ແກ້ໄຂ – ຍົກເວັ້ນການບັນທຶກຊື່ຮ້ານ POS ໃນເບື້ອງຕົ້ນ ເພື່ອໃຫ້ອີເມວໃຊ້ຊື່ເວັບໄຊປັດຈຸບັນ ແທນທີ່ຈະໃຊ້ຄ່າເລີ່ມຕົ້ນ “My WordPress Site” ທີ່ເກົ່າເກີນໄປ. #63505
  • ແກ້ໄຂ – ອັບເດດ callback ການກວດສອບ slug ໃຫ້ໃຊ້ sanitize_slug #63342
  • ແກ້ໄຂ – ການປ່ຽນລະຫັດຕົວອັກສອນ “&” ຜິດພາດໃນຊື່ສິນຄ້າພາຍໃຕ້ແທັກ alt ຂອງຮູບພາບ ໃນໜ້າກະຕ່າສິນຄ້າ ແລະ ໜ້າຊຳລະເງິນ #63637
  • Fix – Add to Cart + Options: Ensure attributes with spaces and special characters work well in dropdown mode #64037
  • Fix – Fix Add to Cart button not visible when displaying a Single Product block with a variation with only one product left #63947
  • Fix – Fix cart shipping and totals stuck as loading when removing bundled products #64000
  • Fix – Fix issues when Product Gallery was used inside the Product block #63976
  • Fix – Fix settings page label vertical alignment on WordPress 7.0 where increased form element height caused labels to sit too high relative to their fields. #63924
  • Fix – Fix entity-encoded HTML in item_data being incorrectly decoded during mini-cart rendering. #64122
  • Fix – Fix fatal error on Payments settings page when woocommerce_gateway_order option contains legacy integer keys. #64061
  • Fix – Fix inconsistent icon spacing in the customer account block header on mobile. #64126
  • Fix – Fix shipping provider filter on orders list using wrong meta key, causing no results to appear. #64101
  • Fix – Fix tracking number lookup breaking when custom shipping provider definitions contain non-string values. #64075
  • ເພີ່ມ – ເພີ່ມ UI ການຕັ້ງຄ່າຜູ້ໃຫ້ບໍລິການການຈັດສົ່ງທີ່ກຳນົດເອງ ແລະ ຕົວຕອງຜູ້ໃຫ້ບໍລິການການຈັດສົ່ງສຳລັບລາຍຊື່ຄຳສັ່ງຊື້. #63879
  • ເພີ່ມ – ເພີ່ມຄຳອະທິບາຍສຳລັບຟິລ enable_for_methods ຂອງການຊຳລະເງິນປາຍທາງ (COD) ໃນ Settings API v4. #63767
  • ເພີ່ມ – ເພີ່ມໂຄງສ້າງການຕັ້ງຄ່າ (schemas) ທີ່ຈັດກຸ່ມຕາມການອອກແບບໃໝ່ ສຳລັບຊ່ອງທາງການຊຳລະເງິນແບບອອບລາຍ (ແຊັກ, ການໂອນເງິນຜ່ານທະນາຄານ, ຊຳລະເງິນປາຍທາງ) ໃນ Settings API v4. #63734
  • ເພີ່ມ – ເພີ່ມລິ້ງ (_links) ທີ່ສາມາດຝັງໄດ້ສຳລັບສິນຄ້າຂາຍເພີ່ມ, ສິນຄ້າຂາຍຄວບຄູ່ ແລະ ສິນຄ້າທີ່ກ່ຽວຂ້ອງ ໃຫ້ກັບຈຸດເຊື່ອມຕໍ່ສິນຄ້າຂອງ Store API. #62603
  • ເພີ່ມ – ເພີ່ມຄໍລຳການສົ່ງອອກ ແລະ ຕົວຕອງໄອເທັມ ໃຫ້ກັບຕົວຄວບຄຸມລາຍງານສະຖິຕິລາຍໄດ້, ພາສີ ແລະ ຕົວເລືອກສິນຄ້າ, ພ້ອມທັງສົ່ງຄ່າສະກຸນເງິນທີ່ເລືອກຈາກ URL ໄປຍັງລະບົບການສົ່ງອອກຂໍ້ມູນ. #63618
  • ເພີ່ມ – ເພີ່ມ formatted_weight ແລະ formatted_dimensions ໃຫ້ກັບ ProductSchema ຂອງ Store API #63405
  • ເພີ່ມ – ເພີ່ມການແຈ້ງເຕືອນໃນບລັອກກະຕ່າສິນຄ້າ/ຊຳລະເງິນຢູ່ໜ້າເວັບ ເພື່ອສະແດງການແຈ້ງເຕືອນກ່ຽວກັບປລັກອິນທີ່ບໍ່ເຂົ້າກັນໃຫ້ກັບຜູ້ດູແລລະບົບ. #62242
  • ເພີ່ມ – ເພີ່ມບັນທຶກຄຳສັ່ງຊື້ສຳລັບເຫດການຕ່າງໆໃນຂັ້ນຕອນການຈັດສົ່ງ (ການສ້າງ, ການອັບເດດ, ການລຶບ, ການປ່ຽນສະຖານະ) ເພື່ອປັບປຸງການຕິດຕາມປະຫວັດຄຳສັ່ງຊື້ ແລະ ການກວດສອບ. #63516
  • ເພີ່ມ – ເພີ່ມຄຳສັ່ງລ້າງເນື້ອຫາອີເມວໃນຕົວແກ້ໄຂອີເມວ ເພື່ອໃຫ້ຜູ້ໃຊ້ສາມາດປ່ຽນເນື້ອຫາອີເມວກັບໄປເປັນຄ່າເລີ່ມຕົ້ນທີ່ມາພ້ອມກັບປລັກອິນໄດ້. #63558
  • ເພີ່ມ – ເພີ່ມການເລືອກເທັມເພລດອີເມວອັດຕະໂນມັດຈາກຝັ່ງເຊີເວີ ເມື່ອບໍ່ໄດ້ລະບຸ template_id ໃນຈຸດເຊື່ອມຕໍ່ send_email. #63556
  • ເພີ່ມ – ເພີ່ມ ShipStation ແລະ Packlink ເປັນຕົວເລືອກສ່ວນເສີມການຈັດສົ່ງໃນ Core Profiler ສຳລັບປະເທດທີ່ຮອງຮັບ. #63385
  • ເພີ່ມ – ເພີ່ມ ShipStation ແລະ Packlink PRO ເປັນວິທີການຈັດສົ່ງທີ່ແນະນຳໃນໜ້າການຕັ້ງຄ່າການຈັດສົ່ງ, ໂດຍກອງຕາມປະເທດຂອງຮ້ານຄ້າ. #63383
  • ເພີ່ມ – ເພີ່ມຕົວເລືອກຮູບພາບຂະໜາດນ້ອຍລົງສຳລັບຮູບສິນຄ້າໃນ srcset ເພື່ອຫຼຸດການໃຊ້ແບນວິດ ແລະ ເວລາໃນການໂຫຼດໜ້າກະຕ່າສິນຄ້າ/ຊຳລະເງິນ #63731
  • ເພີ່ມ – ເພີ່ມການຮອງຮັບຂໍ້ມູນການແຈ້ງເຕືອນໃນວິທີການຊຳລະເງິນທີ່ແນະນຳ, ຊ່ວຍໃຫ້ຊ່ອງທາງການຊຳລະເງິນສາມາດສະແດງຄຳເຕືອນກ່ຽວກັບຂໍ້ກຳນົດຕ່າງໆໃນລະຫວ່າງການເລີ່ມຕົ້ນໃຊ້ງານ. #63854
  • ເພີ່ມ – ເພີ່ມລະບົບ Telemetry ສຳລັບການຕິດຕາມການນຳໃຊ້ ແລະ ການເລີ່ມໃຊ້ຟີເຈີການຈັດສົ່ງ #63820
  • ເພີ່ມ – ເພີ່ມເຫດການ Tracks ຂອງພາກສ່ວນການຈັດສົ່ງ (ການເຫັນ, ການຄລິກ, ການຕິດຕັ້ງ, ການເປີດໃຊ້) ໃນຂັ້ນຕອນການເລີ່ມຕົ້ນໃຊ້ງານ Core Profiler. #63439
  • ເພີ່ມ – ເພີ່ມຟິວເຕີ woocommerce_delete_expired_draft_orders_batch_size ເພື່ອໃຫ້ສາມາດຕັ້ງຄ່າຂະໜາດຂອງຊຸດ (batch size) ໃນການລຶບຮ່າງຄຳສັ່ງຊື້ທີ່ໝົດອາຍຸໄດ້ #63740
  • ເພີ່ມ – ເພີ່ມຟິວເຕີ woocommerce_email_block_template_html ເພື່ອອະນຸຍາດໃຫ້ປັບແຕ່ງ HTML ຂອງເທັມເພລດອີເມວແບບບລັອກ ກ່ອນທີ່ຈະຖືກບັນທຶກ. #63607
  • ເພີ່ມ – ໃຊ້ຟິວເຕີ woocommerce_variation_option_name ໃນ ProductItemTrait ເພື່ອໃຫ້ຜູ້ພັດທະນາພາຍນອກສາມາດເພີ່ມຂໍ້ມູນທີ່ກ່ຽວຂ້ອງໃຫ້ກັບຊື່ຕົວເລືອກສິນຄ້າໄດ້. #63673
  • ເພີ່ມ – ຍົກເວັ້ນຄຳສັ່ງຊື້ທົດລອງຂອງ WCPay ອອກຈາກຂໍ້ມູນການວິເຄາະ ເພື່ອປ້ອງກັນບໍ່ໃຫ້ທຸລະກຳທົດລອງປົນກັບລາຍງານ. #63550
  • ເພີ່ມ – ສະແດງສິນຄ້າຕົວຢ່າງ ແລະ ກາດຕົວແທນໃນຕົວແກ້ໄຂອີເມວ ສຳລັບບລັອກຊຸດສິນຄ້າ ເມື່ອຮ້ານຄ້າບໍ່ມີສິນຄ້າ #63612
  • Add – Add myPOS and Evergreen Payments as official payment partners. #64097
  • ອັບເດດ – ຮອງຮັບຟິລລະດັບສູງສຸດ (enabled, title, description, order) ໃນຈຸດເຊື່ອມຕໍ່ PUT ຂອງການຕັ້ງຄ່າຊ່ອງທາງການຊຳລະເງິນ v4. ນີ້ຈະເຮັດໃຫ້ຮູບແບບ PUT ກົງກັບຄຳຕອບ GET, ຊ່ວຍໃຫ້ @wordpress/core-data ຕິດຕາມສະຖານະການປ່ຽນແປງໄດ້ຢ່າງຖືກຕ້ອງ. ສ່ວນພາຣາມິເຕີ values ຍັງຄົງຮອງຮັບຢູ່ເພື່ອຄວາມເຂົ້າກັນໄດ້ກັບເວີຊັນເກົ່າ. #63714
  • ອັບເດດ – ເພີ່ມນ້ຳໜັກ ແລະ ຂະໜາດໃຫ້ກັບ ProductSchema ຂອງ Store API / ຈຸດເຊື່ອມຕໍ່ສິນຄ້າ. #63334
  • ອັບເດດ – ປ່ຽນການຕັ້ງຄ່າຄວາມເຂົ້າກັນໄດ້ຂອງປລັກອິນສຳລັບຟີເຈີ Cache Product Objects ໃຫ້ເປັນ COMPATIBLE ເພື່ອບໍ່ໃຫ້ສ່ວນເສີມທີ່ຍັງບໍ່ໄດ້ລະບຸຄວາມເຂົ້າກັນໄດ້ຢ່າງຊັດເຈນ ຖືກສະແດງວ່າບໍ່ເຂົ້າກັນ. #63243
  • ອັບເດດ – ປິດການໃຊ້ງານ HPOS sync-on-read ໂດຍເລີ່ມຕົ້ນ ແລະ ເພີ່ມການແຈ້ງເຕືອນຜູ້ດູແລລະບົບສຳລັບເວັບໄຊທີ່ໄດ້ຮັບຜົນກະທົບ. #63175
  • ອັບເດດ – ແຍກຟັງຊັນຊ່ວຍ “get_primed_visible_children()” ໃນ “WC_Product_Grouped”. #63284
  • ອັບເດດ – ເຮັດໃຫ້ຈຳນວນໄອເທັມໃນໜ້າຊຳລະເງິນເປັນຕົວເລກມົນ ແລະ ໃຊ້ສີຕາມຮູບແບບເວັບໄຊ (theme) #63007
  • ອັບເດດ – ປັບປຸງໂຄງສ້າງບລັອກກະຕ່າສິນຄ້າ, ລິ້ງກະຕ່າສິນຄ້າ, ກະຕ່າສິນຄ້າຂະໜາດນ້ອຍ ແລະ ໜ້າຊຳລະເງິນ ເພື່ອໃຊ້ແຟລັກ (flag) isPreviewMode #63313
  • ອັບເດດ – ລົງທະບຽນບ່ອນຈັດເກັບຂໍ້ມູນການຈັດສົ່ງ (fulfillments data store) ຜ່ານ WC_Data_Store ເພື່ອການຂະຫຍາຍລະບົບ, ຊ່ວຍໃຫ້ສ່ວນເສີມສາມາດກຳນົດບ່ອນຈັດເກັບຂໍ້ມູນເອງໄດ້. #63485
  • ອັບເດດ – ປ່ຽນ Facebook ແລະ Meta Ads/Kliken ເປັນ Reddit ແລະ Snapchat ໃນລາຍຊື່ຊ່ອງທາງການຕະຫຼາດ, ຈັດລຳດັບຊ່ອງທາງການຂາຍໃໝ່ ແລະ ອັບເດດຄຳອະທິບາຍຂອງ Google for WooCommerce #63416
  • ອັບເດດ – ປັບຂໍ້ຄວາມລົງທ້າຍກ່ຽວກັບການຊ່ວຍເຫຼືອໃຫ້ເປັນມາດຕະຖານດຽວກັນ ໃນທຸກເທັມເພລດອີເມວແບບບລັອກທີ່ລູກຄ້າເຫັນ. #63463
  • ອັບເດດ – ຊ່ອງປ້ອນຂໍ້ມູນແບບ Textarea ໃນໜ້າຊຳລະເງິນ ຈະມີສີຂໍ້ຄວາມຕົວຢ່າງ (placeholder) ທີ່ຖືກຕ້ອງໃນຮູບແບບສີສະຫວ່າງ #63539
  • ອັບເດດ – ອັບເດດຂໍ້ຄວາມໃນອີເມວ ‘ລໍຖ້າການກວດສອບ’ (on hold) ໃນຕົວແກ້ໄຂອີເມວແບບບລັອກ ໃຫ້ມີຄວາມເປັນກາງຫຼາຍຂຶ້ນສຳລັບການບໍລິການ ແລະ ສິນຄ້າດິຈິຕອນ. #63496
  • Update – Admin styling adjustments with WordPress 7.0 #64027
  • ສຳລັບຜູ້ພັດທະນາ – ປ່ຽນໄຟລ໌ທົດສອບ e2e-pw API ໃຫ້ເປັນ TypeScript. #63314
  • ສຳລັບຜູ້ພັດທະນາ – ປ່ຽນ e2e-pw utils ໃຫ້ເປັນ TypeScript. #63318
  • ສຳລັບຜູ້ພັດທະນາ – ປ່ຽນ fixtures ແລະ utils ຂອງໄດເຣັກທໍຣີ e2e-pw ໃຫ້ເປັນ TypeScript. #63315
  • ສຳລັບຜູ້ພັດທະນາ – ແນະນຳທັກສະດ້ານປະສິດທິພາບໃໝ່ ທີ່ເນັ້ນໃສ່ການໃຊ້ງານ API ການກຽມແຄຊ (caching priming) ຢ່າງມີປະສິດທິພາບ. #63706
  • ສຳລັບຜູ້ພັດທະນາ – ເພີ່ມການທົດສອບແບບ end-to-end ສຳລັບ PayPal Standard (ຂັ້ນຕອນການເປີດໃຊ້ງານ). #63068
  • ສຳລັບຜູ້ພັດທະນາ – ເພີ່ມການທົດສອບແບບ end-to-end ສຳລັບ PayPal Standard (ຂັ້ນຕອນການເລີ່ມຕົ້ນໃຊ້ງານຂອງ Jetpack). #62982
  • ສຳລັບຜູ້ພັດທະນາ – ຍ້າຍຈາກ dinero.js v1.9.1 ໄປເປັນ v2.0.0 ໃນ WooCommerce Blocks. #63543
  • Dev – Consolidate get_shipping_providers and get_shipping_providers_object into a single method that always returns AbstractShippingProvider instances. #64102
  • ການປັບແຕ່ງເລັກນ້ອຍ – ເພີ່ມແອດທຣິບິວ (attribute) data-cart-item-key ໃຫ້ກັບບລັອກແຖວໄອເທັມໃນກະຕ່າສິນຄ້າ. #63090
  • ການປັບແຕ່ງເລັກນ້ອຍ – ປັບແຕ່ງ UI/UX ຂອງສ່ວນຈັດການການຈັດສົ່ງເລັກນ້ອຍ: ເຮັດໃຫ້ສ່ວນຫົວຂອງກາດຄລິກໄດ້, ຫຼຸດໄລຍະຫ່າງຂອບ (padding), ເພີ່ມການຢືນຢັນການຄັດລອກ, ການແປງຊື່ຜູ້ໃຫ້ບໍລິການ ແລະ ການອັບເດດ URL ຕິດຕາມອັດຕະໂນມັດ. #63899
  • ການປັບແຕ່ງເລັກນ້ອຍ – ປັບປຸງການອອກແບບອີເມວແຈ້ງເຕືອນຄຳສັ່ງຊື້: ປັບປຸງການຈັດວາງລາຍລະອຽດຄຳສັ່ງຊື້ ແລະ ການຈັດວາງໄອເທັມ #63306
  • ປະສິດທິພາບ – ເພີ່ມອິນເດັກ (index) ຕາຕະລາງການຈັດສົ່ງທີ່ຍັງຂາດຢູ່ ເພື່ອປັບປຸງປະສິດທິພາບຂອງຂັ້ນຕອນການເຮັດວຽກໃນກະຕ່າສິນຄ້າ ແລະ ການຊຳລະເງິນ ສຳລັບການຕັ້ງຄ່າການຈັດສົ່ງທີ່ຊັບຊ້ອນ. #63674
  • ປະສິດທິພາບ – ບລັອກ: ຄົງທີ່ຈຳນວນການສອບຖາມ SQL ທີ່ຈຳເປັນໃນການດຶງເທັມເພລດບລັອກຈາກຖານຂໍ້ມູນ (2 ຄັ້ງຕໍ່ປະເພດເທັມເພລດ). #63399
  • ປະສິດທິພາບ – ເກັບແຄຊເວລາການແກ້ໄຂຫຼ້າສຸດຂອງສິນຄ້າໃນ Store API ໄວ້ໃນ object cache ເພື່ອຫຼີກເວັ້ນການສອບຖາມຖານຂໍ້ມູນໃນທຸກໆຄຳຮ້ອງຂໍ. #63228
  • ປະສິດທິພາບ – ລູກຄ້າ: ເພີ່ມການກວດສອບການອັບເດດເວລາທີ່ມີການເຄື່ອນໄຫວຫຼ້າສຸດ. #63355
  • ປະສິດທິພາບ – ຫຼຸດຈຳນວນການສອບຖາມ SQL ທີ່ຈຳເປັນໃນການບັນທຶກຮ່າງຄຳສັ່ງຊື້ລະຫວ່າງການຊຳລະເງິນ (ເມື່ອເປີດໃຊ້ CoGS). #63372
  • ປະສິດທິພາບ – ຫຼຸດຈຳນວນການສອບຖາມ SQL ທີ່ຈຳເປັນໃນການບັນທຶກຮ່າງຄຳສັ່ງຊື້ລະຫວ່າງການຊຳລະເງິນ. #63258
  • ປະສິດທິພາບ – ກຽມແຄຊເມຕາຂອງໄອເທັມຄຳສັ່ງຊື້ ໃນລະຫວ່າງການສອບຖາມຄຳສັ່ງຊື້ HPOS ເພື່ອຕັດການສອບຖາມແບບ N+1 ໃນການແປງຂໍ້ມູນ REST API. #63440
  • ປະສິດທິພາບ – ກຽມແຄຊສິນຄ້າ ແລະ ເພີ່ມ targetHints ໃຫ້ກັບຈຸດເຊື່ອມຕໍ່ຄຳສັ່ງຊື້ REST API v4 ເພື່ອຫຼຸດການສອບຖາມແບບ N+1 ໃນລະຫວ່າງການແປງຂໍ້ມູນ (serialization). #63654
  • ປະສິດທິພາບ – ສິນຄ້າ: ຫຼຸດຈຳນວນການສອບຖາມ SQL ທີ່ຈຳເປັນໃນການດຶງຂໍ້ມູນກະຕ່າສິນຄ້າໃນ StoreApi. #63319
  • ປະສິດທິພາບ – ຫຼຸດການສອບຖາມ SQL ໃນບລັອກຕາຕະລາງສິນຄ້າແບບເກົ່າ, ຄັງຮູບສິນຄ້າ ແລະ ປຸ່ມສິນຄ້າ ໂດຍການເພີ່ມການເອີ້ນໃຊ້ “_prime_post_caches()” ເພື່ອໂຫຼດຂໍ້ມູນໂພສແບບຊຸດ. #63750
  • ປະສິດທິພາບ – ຫຼຸດຈຳນວນການສອບຖາມ SQL ໃນສ່ວນເມຕາບັອກຂອງສິນຄ້າທີ່ກ່ຽວຂ້ອງ ແລະ ລາຍງານການຂາຍຕາມສິນຄ້າ ໂດຍການເພີ່ມການກຽມແຄຊ (cache priming) ທີ່ຍັງຂາດຢູ່. #63737
  • ປະສິດທິພາບ – ລຶບການເອີ້ນໃຊ້ calculate_totals() ທີ່ບໍ່ຈຳເປັນອອກຈາກ DELETE /wc/store/v1/cart/coupons. ເນື່ອງຈາກຜົນລັດບໍ່ເຄີຍຖືກນຳໃຊ້ ເພາະຈຸດເຊື່ອມຕໍ່ (endpoint) ສົ່ງຄືນຂໍ້ມູນທີ່ວ່າງເປົ່າ. #63404
  • ການປັບປຸງ – ເພີ່ມເມນູເລືອກແບບດຣັອບດາວ (dropdown) ໃຫ້ກັບບລັອກບັນຊີລູກຄ້າ ເພື່ອສະແດງລິ້ງເມນູບັນຊີເມື່ອເປີດໃຊ້ງານ. #63301
  • ການປັບປຸງ – ປັບປຸງການເຂົ້າເຖິງສ່ວນຈັດການການຈັດສົ່ງ (fulfillment drawer): ໃຊ້ ARIA ID ທີ່ບໍ່ຊ້ຳກັນ, ແກ້ໄຂ aria-labels ທີ່ຊ້ຳຊ້ອນ, ຕັດການແຈ້ງເຕືອນຂອງ screen reader ທີ່ຊ້ຳກັນ ແລະ ປ່ຽນການຈັດການໂຟກັດຈາກ setTimeout ມາເປັນ requestAnimationFrame #63876
  • ການປັບປຸງ – ຮວມການແຈ້ງເຕືອນຜູ້ດູແລລະບົບຂອງຊ່ອງທາງການຊຳລະເງິນເຂົ້າໃນລະບົບອີເມວຂອງ WooCommerce ພ້ອມຮອງຮັບການອອກແບບອີເມວຢ່າງເຕັມຮູບແບບ, ການຕັ້ງຄ່າທີ່ປັບແຕ່ງໄດ້ ແລະ ຕົວແກ້ໄຂອີເມວແບບບລັອກ. #63249
  • ການປັບປຸງ – ເຮັດໃຫ້ຮູບພາບສ່ວນຫົວ/ໂລໂກ້ໃນອີເມວສາມາດຄລິກໄດ້ ໂດຍມີລິ້ງໄປຫາໜ້າທຳອິດຂອງຮ້ານໃນເທັມເພລດອີເມວແບບຄລາສສິກ. ເພີ່ມຟິວເຕີ woocommerce_email_header_image_url ສຳລັບການປັບແຕ່ງ. #63559
  • ການປັບປຸງ – ລະງັບອີເມວການເຮັດທຸລະກຳແບບມາດຕະຖານ ແລະ ເປີດໃຊ້ເທັມເພລດອີເມວ POS ໂດຍອັດຕະໂນມັດ ສຳລັບຄຳສັ່ງຊື້ທີ່ຊຳລະຜ່ານ POS, ບໍ່ວ່າຄຳສັ່ງຊື້ຈະຖືກສ້າງຂຶ້ນຈາກໃສກໍຕາມ. #63322
  • ການປັບປຸງ – ອັບເດດໄລຍະຫ່າງຂອງໄອເທັມໃນບລັອກກະຕ່າສິນຄ້າ, ໜ້າຊຳລະເງິນ ແລະ ກະຕ່າສິນຄ້າຂະໜາດນ້ອຍ ເພື່ອເພີ່ມຄວາມຊັດເຈນ. #63241
  • ການປັບປຸງ – ໃຊ້ຫົວຂໍ້ອີເມວທີ່ກຳນົດໄວ້ຈາກການຕັ້ງຄ່າ WC_Email ເມື່ອສົ່ງອີເມວຕົວຢ່າງ ແທນທີ່ຈະໃຊ້ຊື່ໂພສແບບດັ້ງເດີມ. #63504

ເບິ່ງລາຍການການປ່ຽນແປງສຳລັບທຸກເວີຊັນ.